ຄວາມຄືບໜ້າ ການກະກຽມ ງານມະຫາກຳ ກິລາແຫ່ງຊາດ ຄັ້ງທີ IX ທີ່ ແຂວງ ຫລວງພະບາງ

9 Dec

ຄວາມຄືບໜ້າ ການກະກຽມ ງານມະຫາກຳ ກິລາແຫ່ງຊາດ ຄັ້ງທີ IX ທີ່ ແຂວງ ຫລວງພະບາງ

ວັນທີ່ 03/02/2011

ການກະກຽມງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ IX ທີ່ແຂວງຫລວງພະບາງ ຈະເປັນເຈົ້າພາບ ໃນທ້າຍປີ2011ນີ້ ໄດ້ມີຄວາມຄືບໜ້າ ຫລາຍບັນຫາໂດຍພື້ນຖານແລ້ວ ຊຶ່ງລາຍລະອຽດ ໄດ້ມີການກຳນົດແລະລາຍງານ ຢູ່ໃນກອງ ປະຊຸມລະດັບຊາດ ຂອງຄະນະຮັບຜິດຊອບ ຈັດງານ ມະຫາກຳກິລາແຫ່ງຊາດຄັ້ງທີ IX,  ຄັ້ງທີ່ 2 ຢູ່ທີ່ ຫໍປະຊຸມໃຫຍ່ ແຂວງ ຫລວງພະບາງ ໃນມື້ວັນທີ່ 3 ກຸມພາ 2011  ໂດຍການເປັນປະທານຂອງ ທ່ານ ດຣ ຄຳແພງ ໄຊສົມແພງ ເຈົ້າແຂວງໆ ຫລວງພະບາງ, ປະທານຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ IX, ເຂົ້າຮ່ວມມີທ່ານ ດຣ ພູທອງ ແສງອາຄົມ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະກຳມະການກິລາ ກາຍຍະກຳແຫ່ງຊາດ, ຮອງປະທານຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ IX ນອກນັ້ນຍັງມີບັນດາລັດຖະມົນຕີວ່າການກະຊວງຕ່າງໆ ພ້ອມດ້ວຍການນຳກິລາ ແລະພາກສ່ວນ ທີ່ກ່ຽວຂ້ອງ ຢ່າງພ້ອມພຽງ ຈຳນວນ 60 ກວ່າທ່ານ.

ພາຍຫລັງທ່ານ ເຈົ້າແຂວງ, ປະທານຈັດງານກິລາແຫ່ງຊາດຄັ້ງທີ IX ໄດ້ກ່າວເປີດ ກອງປະຊຸ ມຢ່າງເປັນທາງການແລ້ວ ທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານ ຄະນະກຳມະການກິລາກາຍຍະກຳແຫ່ງຊາດ ໄດ້ມີຄຳເຫັນຊີ້ນຳ ຈາກນັ້ນຄະນະຮັບຜິດຊອບ ກໍ່ໄດ້ອ່ານຂໍ້ຕົກລົງວ່າດ້ວຍການອະນຸມັດຈັດງານກິລາແຫ່ງຄັ້ງນີ້ ພ້ອມມນັ້ນກໍ່ໄດ້ອ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ IX ໂດຍລາຍຊື່ ພ້ອມດ້ວຍພາລະບົດບາດ ແລະ ໜ້າທີ່ຂອງຄະນະນຮັບຜິດຊອບຝ່າຍຕ່າງໆ, ພ້ອມລາຍງານ ຄວາມ ຄືບໜ້າ ຂອງບັນດາໜ້າວຽກຕ່າງໆ ເປັນຕົ້ນພື້ນຖານ ໂຄ່ງລ່າງ ດ້ານສະໜາມແຂ່ງຂັນ, ຖະໜົນຫົນທາງ ແລະ ສີ່ງອຳນວຍຄວາມສະດວກ ເພື່ອຮັບໃຊ້ງານ ກິລາແຫ່ງຊາດໃນຄັ້ງນີ້, ພ້ອມທັງກຳນົດຮອງຮັບເອົາມື້ ວັນທີ່ 13 ທັນວາ 2011 ເປັນມື້ເປີດງານ, ກຳນົດແບບໂລໂກ້ງານ, ແບບຫລຽນລາງວັນ, ສັດນຳໂຊກ, ເນື້ອໃນຄຳຂັວນ, ກຳນົດຈຳນວນ ປະເພດກິລາ, ຈຳນວນຫລຽນລາງວັນ ທີ່ຈະຊິງໄຊກັນ. ໄດ້ມີການກຳນົດ ເອົາຮູບໂຕໄກ່ຜູ້ໂອກ  ເປັນສັດນຳໂຊກພ້ອມຄຳກອນ ທີ່ອອ່ນຊອນແລະກ່ຽວພັນກັບສັດນຳໂຊດຄື:

ນາມວ່າໄກ່ຜູ້ໂອກ      ນຳໂຊກໃຫຍ່ມະຫາສານ

ປະຕິບານອານຫານ    ຍາດຊິງໄຊກ້າ

ໄກ່ຜູ້ໂອກພືປີກອ້າ      ທ້າສີ່ງອຸປະສັກ

ບໍ່ຫວັ່ນກົວລົມແດງ     ດັ່ງສິນໄຊສະໄໝກ້າວ

ໄກ່ຜູ້ໂອກຫັນຫ້າວ     ກິລາລາວກ້າວເດັ່ນ

ເສດຖະກິດພຸ່ງພົ້ນ    ຫລວງພະບາງກ້າວໄປໜ້າບໍ່ຖອຍ ທ່ານເອີຍ!

ສ່ວນປະເພດກິລາທີ່ຈະເຂົ້າແຂງຂັນຄັ້ງນີ້ໄດ້ ມີການກຳນົດເອົາ 25 ປະເພດກິລາຄື: ແລ່ນ-ລານ, ລອຍນ້ຳ, ດອກປີກໄກ່, ມວຍສາກົນ, ມວຍລາວ, ມວຍປ້ຳ, ລົດຖີບ, ເຕະບານ, ກ໊ອຟ, ຢູໂດ, ເປຕັງ, ກະຕໍ້, ຍິງປືນ, ປິ່ງປ່ອງ, ເທຄວັນໂດ, ເທນນິສ, ບານສົ່ງ, ບານບ້ວງ, ເຮືອຊ່ວງປະເພນີ, ໝາກຂ່າງ, ໜ້າເກັກ, ຄາຣາເຕໂດ, ໂບລີ້ງ, ປັນຈັກສີລັດ, ວູຊູ. ຊຶ່ງຈະມີການຊິງໄຊຫລຽນລາງວັນກັນທັງໝົດ 2,451 ຫລຽນ.

ຂ່າວທົ່ວໄປ ກິລາພາຍໃນ | Comments Off

Leave a comment